ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ອຸດົມໄຊ ສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດ 14 ມີຖຸນາ 2024

     ວັນທີ 13 ມີຖຸນາ 2024 ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ສະເຫຼີມສະຫຼອງວັນ ຜູ້ບໍລິຈາກເລືອດ 14 ມີຖຸນາ 2024 ໂດຍ
ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ອຸດົມໄຊ. ມີ ທ່ານ ພົນຈັດຕະວາ ຄຳເຜີຍ
ໂສມພັນ ຮອງເລຂາ ຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ອຸດົມໄຊ, ມີອົງການກາແດງ, ຄະນະຮັບຜິດຊອບ, ແຂກ
ເຊີນຈາກພາກສ່ວນ ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການທະຫານແຂວງ ອຸດົມໄຊ ເຂົ້າຮວມ.

     ໃນພິທີ ທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ອຸດົມໄຊ ໃຫ້ກຽດກ່າວຄຳປາໄສຕໍ່ພິທີສະເຫຼີມສະຫຼອງວັນຜູ້ບໍ
ລິຈາກເລືອດ 14 ມີຖຸນາ 2024 ວ່າ: ວັນທີ 14 ມີຖຸນາ ຂອງທຸກໆປີ ເປັນວັນແຫ່ງການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກໃນປະເທດ
ຕ່າງໆທົ່ວໂລກ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ບໍລິຈາກເລືອດຢູ່ທົ່ວໂລກທີ່ເຂົາເຈົ້າໄດ້ມອບຂອງຂັວນທີ່ມີຄ່າຕໍ່ຊີວິດ ຄືການບໍລິຈາກ
ເລືອດດ້ວຍຄວາມສະໝັກໃຈບໍ່ຮຽກຮອງສິ່ງຕອບແທນ ເພື່ອຊ່ວຍຄົນເຈັບ ແລະ ສ້າງຈິດສຳນຶກໃນເລື່ອງຄວາມຈຳເປັນຂອງການບໍລິຈາກເລືອດ
ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ. ການບໍລິຈາກເລືອດມີບົດບາດສຳຄັນ ໃນການປະກອບສ່ວນເຂົ້າໃນວຽກງານການປິ່ນປົ່ວສຸຂະພາບ, ເປັນ
ປະໂຫຍດຕໍ່ຄົນເຈັບ ແລະ ສາມາດຊ່ວຍກອບກູ້ຊີວິດຄົນເຈັບທີ່ຈໍາເປັນຕ້ອງການສົ່ງເລືອດ ແລະ ສ່ວນປະກອບຂອງເລືອດ, ນໍາໃຊ້ເຂົ້າໃນການ
ປິ່ນປົ່ວພະຍາດຕ່າງໆ ທີ່ເປັນອັນຕະລາຍຕໍ່ຊີວິດຄົນເຈັບ. ການສົ່ງເລືອດຍັງສະໜັບສະໜູນຂັ້ນຕອນປິ່ນປົ່ວທາງການແພດ ແລະ ການຜ່າຕັດ,
ຊ່ວຍຊີວິດຂອງແມ່ ທີ່ສູນເສຍເລືອດເວລາຖືພາເກີດລູກ, ເດັກນ້ອຍຂາດເລືອດ, ພະຍາດເລືອດຈາງມາແຕ່ກຳເນີດ, ໝາກ ໄຂ່ຫຼັງຊຸດໂຊມ( ຟອກ
ໝາກໄຂ່ຫຼັງ ), ປະກອບສ່ວນເຂົ້າໃນການປິ່ນປົ່ວ ບໍ່ວ່າຈະເປັນອຸບັດຕິເຫດທີ່ ເສຍເລືອດ, ຈາກໄພພິບັດມະນຸດສ້າງຂື້ນ ຫຼື ຍ້ອນໄພທາງທຳມະ
ຊາດອື່ນໆ.

     ໂອກາດດ່ຽວກັນນີ້ ທ່ານ ຍັງຮຽກຮ້ອງມາຍັງການຈັດຕັ້ງ ແລະ ທຸກຊັ້ນຄົນ ໃນທົ່ວແຂວງ ອຸ ດົມໄຊ ສືບຕໍ່ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບ
ຄວາມສຳຄັນ ແລະ ຄວາມຈຳເປັນຂອງການບໍລິຈາກ ເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນໃຫ້ສູງຂື້ນ, ໂຄສະນາ, ປຸກລະດົມພະນັກງານສະ
ມາຊິກ ຢູ່ ໃນອົງການຈັດຕັ້ງ ຫຼື ທຸກຊັ້ນຄົນໃນທົ່ວສັງຄົມພາຍໃນແຂວງ ອຸດົມໄຊ ໃຫ້ຮັບຮູ້ເຂົ້າໃຈຕໍ່ຄວາມສຳ ຄັນຂອງການບໍລິຈາກເລືອດ, ເຂົ້າ
ມີສ່ວນຮ່ວມ, ເປັນແບບຢ່າງທີ່ດີ, ມີຄວາມຕື່ນຕົວ, ສະໝັກໃຈເຂົ້າ ມາບໍລິຈາກເລືອດໃຫ້ຫຼາຍຂື້ນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ
ການທາງ ການແພດໃຫ້ ໄດ້ຕາມແຜນການ ແລະ ຕາມຄວາມຕ້ອງການ. ໃນໂອກາດດ່ຽວກັນນີ້ມີພະນັກງານ-ນັກຮົບຜູ້ສະໝັກໃຈເຂົ້າບໍລິຈາກ
ເລືອດໂດຍບໍ່ຮຽກຮ້ອງສິ່ງຕອບແທນທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ.

ແຫຼ່ງທີ່ມາ: ສັນໂສພີ
ວັນທີ 17/06/2024